ໄລຍະເວລາ
19/04/2023 - 23/04/2023
10:00AM-20:00PM
ໂຄງການຈັດງານ
Book Festival Lao 2024
19/04/2023 - 23/04/2023
10:00AM-20:00PM
ສູນການຄ້າສາກົນ VTC
ນະຄອນຫຼວງວຽງຈັນ.
ໂທລະສັບ:
020 5622 4265
020 5929 9666
020 5966 0068
020 5547 9961
- ເພື່ອສືບຕໍ່ຈັດງານ ບຸນມະໂຫລານສົ່ງເສີມການອ່ານ ໃຫ້ຕໍ່ເນື່ອງໃນທຸກໆປີ
- ເພື່ອເປັນການລະດົມໃຫ້ຄົນລາວ ເລັງເຫັນເຖິງຄວາມສໍາຄັນ ຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ
- ສົ່ງເສີມການຮຽນຮູ້ໃຫ້ແກ່ເຍົາວະຊົນ, ຊາວໜຸ່ມ ນ້ອງໆນັກຮຽນ-ນັກສຶກສາ ກາຍເປັນປັນຍາຊົນຜູ້ກ້າວໜ້າ
- ເພື່ອເປັນການສ້າງສະພາບແວດລ້ອມ ພັດທະນາວຽກງານການສຶກສາໃຫ້ທັນຍຸກສະໄໝ.
- ເພື່ອສົ່ງເສີມໃຫ້ນັກຮຽນ-ນັກສຶກສາເຂົ້າເຖິງຄວາມຮູ້, ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ
- ເພື່ອສົ່ງເສີມໃຫ້ນັກສຶກສາ, ໄວຫນຸ່ມ ຫຼື ບຸກຄົນທົ່ວໄປ ສາມາດນໍາເອົາທັກສະຕ່າງໆຂອງຕົນມາສະແດງອອກໃຫ້ສັງຄົມໄດ້ຮັບຮູ້
ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຍືນຍົງ” ທີ່ມີຜູ້ເຂົ້າຮ່ວມກວ່າ 65 ພັນຄົນ ດ້ວຍກິດຈະກໍາໃນງານກວ່າ 50 ລາຍການ ແລະ
ຄັ້ງທີ 2, 3, 4, 5 ທີ່ຜ່ານມາ ຢ່າງຄຶກຄື້ນ ຟົດຟື້ນ, ມ່ວນຊື່ນ, ສ້າງສັນ ວຽກງານການສຶກສາ ສ້າງຄົນ,ແລະ ໄດ້ສ້າງປະສົບການໃຫມ່ໃຫ້ກັບນັກຮຽນ-ນັກສຶກສາ ຫັນມາສົນໃນໃຈໃນການອ່ານ ເພື່ອພັດທະນາການດຳລົງຊີວິດຂອງຕົນເອງໃຫ້ກ້າວທັນຍຸກສະໄໝ.
ມາຮອດປັດຈຸບັນນີ້ ພາບໃຕ້ການຊີ້ນຳຂອງທ່ານ ສິນລະວົງ ຄຸນໄພທູນ ກຳມະການກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຊາວນະຄອນຫຼວງວຽງຈັນ ຈະໄດ້ກັບມາສຳພັດກັບ ງານບຸນມະໂຫລານສົ່ງເສີມການອ່ານອີກຄັ້ງ ຄື ຄັ້ງທີ 4.
ໃນລະຫວ່າງວັນທີ 27/11-03/12/2023
ປະຕິບັດຕາມແນວທາງນະໂຍບາຍໃນການສົ່ງເສີມການສຶກສາໄປກ່ອນກ້າວໜຶ່ງ ຕອບໂຈດໃຫ້ກັບແນວທາງໃນການລົບລ້າງການບ ຮູ້ໜັງສື ເປັນງານໜຶ່ງທີ່ຈະຊ່ວຍໂຄງການສົ່ງເສີມການອ່ານໃຫ້ມີກິດຈະກ າດີປເພີ່ມຂຶ້ນ.
ຈະໄດ້ປຶ້ມດີ ມີຄຸນນະພາບ ໃວ້ອ່ານແລະສົ່ງເສີມລູກຫຼານໃນການອ່ານປື້ມຫຼາຍຂື້ນ ມີສ່ວນຮ່ວມໃນການທີ່ສົ່ງເສີມແວດລ້ອມການສຶກສາຂອງລູກຫຼານໄດ້ຊົມຄວາມສາມາດຂອງລູກຫຼານຜ່ານການສະແດງຂອງເຂົາເຈົ້າ
ເປັນເວທີ ວາງສະແດງ ແລະ ເປີດຕົວປຶ້ມຂອງຕົນໃນງານອັນຍິ່ງໃຫຍ່ໂດຍບໍ່ມີຄ່າ ໃຊ້ຈ່າຍເປັນເວທີແລກປ່ຽນທັດສະນະໃນວົງການນັກຂຽນ-ນັກປະພັນ ດ້ວຍກັນສົ່ງເສີມການຂຽນ ແລະ ການພິມໃຫ້ຂະຫຍາຍຕົວຫຼາຍຂຶ້ນ.
ຈະໄດ້ປື້ມດີ ມີຄຸນນະພາບ ທີດຶງດູດການອ່ານເພີ່ມຂື້ນ ແລະ ຫັນມາຮັກການອ່ານຫຼາຍຂື້ນ ໄດ້ເຫັນເຖິງຄວາມສໍາຄັນໃນສົ່ງເສີມການອ່ານຜ່ານກິດຈະກ າໃນງານ
ໄດ້ເປັນສ່ວນໜຶ່ງໃນວຽກງານສົ່ງເສີມການອ່ານ ແລະ ສົ່ງເສີມການສຶກສາໄດ້ມີໂອກາດເຂົ້າຮ່ວມກິດຈະກຳດີດີ ແລະ ຕອບແທນສັງຄົມຜ່ານການສະໜັບສະໜູນໄດ້ຮັບການຕະຫຼາດຂອງຕົນເອງເພື່ອເຜີຍແຜ່ໃຫ້ຜູ້ຄົນຈຳນວນຫຼາຍໄດ້ຮັບຮູ້ກວ້າງຂວາງ. ໄດ້ຮັບການຍ້ອງຍໍຊົມເຊີຍຈາກຂັ້ນເທິງ
ໄດ້ປະກອຍສ່ວນໃນການຈັດງານອັນມີປະໂຫຍດແກ່ສັງຄົມ ໄດ້ວາງສິນຄ້າຂອງຕົນເອງສູ່ກຸ່ມເປົ້າໝາຍໄດ້ສ້າງຄວາມຮັບ ຜູ້ໃຫ້ແກ່ສັງຄົມໄດ້ຂາຍສິນຄ້າ ແລະ ບໍລິການຂອງຕົນ
LNCCI
Ministry of Education and Sports
Association of Private Education
Naional Front for Development