ນະຄອນຫຼວງວຽງຈັນ "ຄັ້ງທີ IV" ທີ່ສູນການຄ້າວຽງຈັນເຊັນເຕີ້

  • Volunteer Recruit
  • 29 November 2023
  • 4 Min. Read

ຂ່າວຮອບຄ່ຳ
EVENING NEWS

ເປີດງານບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ IV

ງານ"ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ IV" ຫຼື Vientiane Book Festival 2023 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ພະຈິກ 2023 ທີ່ສູນການຄ້າວຽງຈັນເຊັນເຕີ້, ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຍືນຍົງ” ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ງານດັ່ງກ່າວຈັດຂຶ້ນ ເພື່ອເປັນການສົ່ງເສີມໃຫ້ຄົນລາວ, ເດັກນ້ອຍລາວ, ນັກຮຽນ-ນັກສຶກສາ ເຫັນໄດ້ເຖິງຄວາມສໍາຄັນຂອງການອ່ານແລະໃຫ້ກາຍເປັນປັນຍາຊົນຜູ້ກ້າວໜ້າຂອງສັງຄົມໃນອະນາຄົດ ແລະ ທັງເປັນການສືບຕໍ່ຈັດງານບຸນມະໂຫລານໃຫ້ຕໍ່ເນື່ອງໃນທຸກໆປີ ແລະ ຂະຫຍາຍໄປທົ່ວທຸກແຂວງທົ່ວປະເທດ.
ການຈັດງານໃນຄັ້ງນີ້ ເປັນການສານຕໍ່ບຸນມະໂຫລານສົ່ງເສີມການອ່ານ ໃຫ້ມີຂຶ້ນຢ່າງຕໍ່ເນື່ອງທຸກໆປີ. ຫຼ້າສຸດ, ເມື່ອວັນທີ 19-22 ຕຸລາ 2023 ຜ່ານມາ ໄດ້ງານດັ່ງກ່າວທີ່ແຂວງຈໍາປາສັກ. ພາຍໃນງານປະກອບມີກິດຈະກໍາສໍາຄັນຫລາຍຢ່າງ ເປັນຕົ້ນແມ່ນ ການເສວະນາໃຫ້ຫົວຂໍ້ຕ່າງໆຈາກບັນດາຜູ້ປະກອບການຫົວໜ່ວຍທຸລະກິດ,
ຜູ້ຊ່ຽວຊານດ້ານຕ່າງໆ, ບັນດາຄູ-ອາຈານ ທີ່ກ່ຽວຂ້ອງກັບການສົ່ງເສີມການອ່ານ; ມອບປື້ມອ່ານນິທານ ເຂົ້າຫ້ອງສະໝຸດບັນດາໂຮງຮຽນທີ່ເຂົ້າມາຮ່ວມໃນກິດຈະກໍາຂອງງານ; ສົ່ງເສີມນັກຂຽນໜ້າໃໝ່-ເປີດໂຕຜົນງານການຂຽນປື້ມໃໝ່; ສົ່ງເສີມໃຫ້ຄູ-ອາຈານສ້າງກິດຈະກໍາການອ່ານໃນໂຮງຮຽນທຸກໆມື້ກ່ອນເຂົ້າຫ້ອງຮຽນໜັງສື;
ສົ່ງເສີມການອ່ານໃນໂຮງຮຽນ, ການສ້າງຄູດີເດັ່ນປະຈໍາປີ, ການນຳສະເໜີຜົນງານຂອງຄູໃນຂະບວນກິດຈະກໍາສົ່ງເສີມການອ່ານໃນໂຮງຮຽນ; ສົ່ງເສີມການລະດົມທຶນຊື້ປື້ມເຂົ້າຫ້ອງສະໝຸດທຸກໂຮງຮຽນໃນທົ່ວປະເທດ. ນອກຈາກນີ້ ຜູ້ເຂົ້າຮ່ວມງານ ຍັງໄດ້ພົບກັບ ປື້ມອ່ານໃຫມ່ໆ ຈາກຮ້ານປື້ມ ແລະ ສຳນັກພິມ; ຈະໄດ້ຂໍ້ຄິດທີ່ດີ ຈາກຜູ້ຊົງຄຸນນະວຸດ ແລະ ຜູ້ມີປະສົບການຫຼາຍສາຂາວິຊາຊີບ; ຈະໄດ້ພົບກັບກິດຈະກຳສົ່ງເສີມທັກສະຫຼານນ້ອຍນັກຮຽນ,
ສິລະປະການສະແດງ ແລະ ທັກສະດ້ານຕ່າງໆ; ພ້ອມຊົມງານວິຈິດສິນ ຮູບແຕ້ມທີ່ງົດງາມ ແລະ ຮຽນແຕ້ມຮູບຈາກສິລະປິນໂດ່ງດັງ; ການສະແດງຮ້ອງເພງ, ຟ້ອນ, ເຕັ້ນ, ເດີນແບບທັງສິລະປິນ ແລະ ການສະແດງຈາກນ້ອງໆນັກຮຽນທີ່ໜ້າຕື່ນເຕັ້ນນໍາອີກ.
ທຸກທ່ານສາມາດເຂົ້າຮ່ວມພາຍໃນງານໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ນັບແຕ່ຕັ້ງແຕ່ວັນທີ 27 ພະຈິກ ຈົນຮອດວັນທີ 3 ທັນວາ 2023.

Frequently asked
questions

Once you know your audience, choose a topic that will resonate with them. Look for trending topics in your industry or address common questions or challenges your audience may be facing. Keep in mind that your topic should be both interesting and relevant to your audience

Book Fest

ຮູບ ຄຳໝັ້ນສັນຍາ
Board Member