ນະຄອນຫຼວງວຽງຈັນ "ຄັ້ງທີ IV" ທີ່ສູນການຄ້າວຽງຈັນເຊັນເຕີ້

  • Volunteer Recruit
  • 14 August 2023
  • 1 Min. Read

ລະຫວ່າງ ວັນທີ 27 ພະຈິກ - 3 ທັນວາ 2023

ພາຍໃນງານ ຈະໄດ້ພົບກັບ
● ປຶ້ມອ່ານໃຫມ່ໆ ຈາກຮ້ານປຶ້ມແລະສຳນັກພິມ
● ຈະໄດ້ຂໍ້ຄິດທີ່ດີ ຈາກຜູ້ຊົງຄຸນນະວຸດ ແລະຜູ້ມີປະສົບການ ທັງຫລາຍ
● ຈະໄດ້ພົບກັບກິດຈະກຳສົ່ງເສີມທັກສະຫຼານນ້ອຍນັກຮຽນ
● ພ້ອມຊົມງານວິຈິດສິນ ຮູບແຕ້ມທີ່ງົດງາມ ແລະຮຽນແຕ້ມຮູບຈາກສິນລະປິນດັງ
---------------------------------------------------
● ມາບໍລິຈາກເລືອດກັບສູນບໍລິຈາກກາແດງລາວ
● ການສະແດງ ຮ້ອງເພງ, ຟ້ອນ, ເຕັ້ນ, ເດີນແບບ
ທັງສິນລະປິນ ແລະການສະແດງຈາກນ້ອງໆນັກຮຽນທີ່ຕື່ນເຕັ້ນຕະການຕາ
---------------------------------------------------
ຂໍເຊີນທຸກທ່ານ ເຂົ້າຮ່ວມງານ ບໍ່ມີຄ່າໃຊ້ຈ່າຍໃດໆ

ປຶ້ມຍອດນິຍົມຂອງນັກຮຽນນັກສຶກສາທີ່ຈັດຂຶ້ນໃນທຸກໆປີ!📖

ພາຍໃນງານທຸກຄົນຈະໄດ້ພົບກັບ

- ປຶ້ມອ່ານໃຫມ່ໆ ຈາກຮ້ານປຶ້ມ ແລະ ສຳນັກພິມລາວ
- ຈະໄດ້ຂໍ້ຄິດທີ່ດີ ຈາກຜູ້ຊົງຄຸນນະວຸດ ແລະຜູ້ມີປະສົບການ ທັງຫລາຍ
- ກິດຈະກຳສົ່ງເສີມທັກສະນັກຮຽນ
- ງານວິຈິດສິນ ແລະ Workshop ຮຽນແຕ້ມຮູບຈາກສິລະປິນດັງ
- ສາມາດບໍລິຈາກເລືອດກັບສູນບໍລິຈາກກາແດງລາວ
- ການສະແດງ ຮ້ອງເພງ, ຟ້ອນ, ເຕັ້ນ, ເດີນແບບຈາກສິລະປິນ ແລະ
ນັກຮຽນຜູ້ເປັນອາສາສະໝັກ
ໜອນໜັງສືກໍາເງິນໂຕເອງໄວ້ແໜ້ນໆ!
ເພາະພາຍໃນງານມີປຶ້ມດີໆຫຼາຍຈົນໝູ່ເພື່ອນອາດຫ້າມໃຈໂຕເອງບໍ່ໄດ້ຄືກັບແອັດ

"ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ IV"

ຈະສ້າງໂອກາດໃຫ້ນ້ອງໆຮັກໃນການອ່ານຫຼາຍຂຶ້ນ.
👉ທຸກຄົນພ້ອມແລ້ວ ເຈົ້າເດ່ ພ້ອມມາເລາະເບິ່ງແລ້ວບໍ່ ມື້ອື່ນເປີດງານແລ້ວເດີທຸກຄົນ🤩
🥳 ຮັບຮອງມາແລ້ວຈະໄດ້ທ່ອງໂລກກວ້າງກັບການອ່ານນຳພວກເຮົາແນ່ນອນ
👉ມີປຶ້ມຫລາກຫລາຍ ພ້ອມກິດຈະກຳໃນທຸກໆມື້ເດີ 27/11-03/12 ທັງຫມົດ 7 ມື້ແບບຈຸກໆກັນໄປເລີຍ.

-------------------------
"ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ IV" ຫຼື ພາສາອັງກິດ(Vientiane Book Festival 2023)
ໄດ້ມີພິທີເປີດຢ່າງເປັນທາງການໃນຕອນເຊົ້າວັນທີ 28 ພະຈິກ
ທີ່ສູນການຄ້າວຽງຈັນເຊັນເຕີ້, ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຢືນຍົງ”.
-------------------------
ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ສິນລະວົງ ຄຸດໄພທູນ,
ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ພູຂົງ ບັນນາວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ, ພ້ອມດ້ວຍບັນດາພະແນກການກ່ຽວຂ້ອງນະຄອນຫຼວງ ແລະ ແຂກຖຶກເຊີນເຂົ້າຮ່ວມ.
-------------------------
ຈຸດປະສົງຂອງການຈັດງານ ເພື່ອເປັນການສົ່ງເສີມໃຫ້ຄົນລາວ, ເດັກນ້ອຍລາວ, ນັກຮຽນ-ນັກສຶກສາ ເຫັນໄດ້ເຖິງຄວາມສໍາຄັນຂອງການອ່ານ; ສົ່ງເສີມການຮຽນຮຸ້ຂອງນ້ອງໆເຍົາວະຊົນລາວ-ຊາວໜຸ່ມລາວ ໃຫ້ກາຍເປັນປັນຍາຊົນຜູ້ກ້າວໜ້າຂອງສັງຄົມໃນອະນາຄົດ ແລະ ທັງເປັນການສືບຕໍ່ຈັດງານບຸນມະໂຫລານໃຫ້ຕໍ່ເນື່ອງໃນທຸກໆປີ ແລະ ຂະຫຍາຍໄປທົ່ວທຸກແຂວງທົ່ວປະເທດ.
-------------------------
ກິດຈະກໍາຫຼັກໆພາຍໃນງານປະກອບມີ:
-------------------------
1) ເສວະນາໃຫ້ຫົວຂໍ້ຕ່າງໆຈາກບັນດາຜູ້ປະກອບການຫົວໜ່ວຍທຸລະກິດ, ຜູ້ຊ່ຽວຊານດ້ານຕ່າງໆ, ບັນດາຄູ-ອາຈານ ທີ່ກ່ຽວຂ້ອງກັບການສົ່ງເສີມການອ່ານ.
2) ມອບປື້ມອ່ານນິທານ ເຂົ້າຫ້ອງສະໝຸດບັນດາໂຮງຮຽນທີ່ເຂົ້າມາຮ່ວມໃນກິດຈະກໍາຂອງງານ.
3) ສົ່ງເສີມນັກຂຽນໜ້າໃໝ່-ເປີດໂຕຜົນງານການຂຽນປື້ມໃໝ່.
4) ສົ່ງເສີມໃຫ້ຄູ-ອາຈານສ້າງກິດຈະກໍາການອ່ານໃນໂຮງຮຽນທຸກໆມື້ກ່ອນເຂົ້າຫ້ອງຮຽນໜັງສື.
5) ສົ່ງເສີມການອ່ານໃນໂຮງຮຽນ, ການສ້າງຄູດີເດັ່ນປະຈໍາປີ, ການນຳສະເໜີຜົນງານຂອງຄູໃນຂະບວນກິດຈະກໍາສົ່ງເສີມການອ່ານໃນໂຮງຮຽນ; ສົ່ງເສີມການລະດົມທຶນຊື້ປື້ມເຂົ້າຫ້ອງສະໝຸດທຸກໂຮງຮຽນໃນທົ່ວປະເທດ.
-------------------------
ພາຍໃນງານ ຈະໄດ້ພົບກັບ:
-------------------------
● ປຶ້ມອ່ານໃຫມ່ໆ ຈາກຮ້ານປຶ້ມ ແລະ ສຳນັກພິມ.
● ຈະໄດ້ຂໍ້ຄິດທີ່ດີ ຈາກຜູ້ຊົງຄຸນນະວຸດ ແລະ ຜູ້ມີປະສົບການຫຼາຍສາຂາວິຊາຊີບ.
● ຈະໄດ້ພົບກັບກິດຈະກຳສົ່ງເສີມທັກສະຫຼານນ້ອຍນັກຮຽນ, ສິນລະປະການສະແດງ ແລະ ທັກສະດ້ານຕ່າງໆ.
● ພ້ອມຊົມງານວິຈິດສິນ ຮູບແຕ້ມທີ່ງົດງາມ ແລະ ຮຽນແຕ້ມຮູບຈາກສິນລະປິນໂດ່ງດັງ.
● ການສະແດງຮ້ອງເພງ, ຟ້ອນ, ເຕັ້ນ, ເດີນແບບທັງສິນລະປິນ ແລະ ການສະແດງຈາກນ້ອງໆນັກຮຽນທີ່ໜ້າຕື່ນເຕັ້ນ.
-------------------------
ການຈັດງານໃນຄັ້ງນີ້ ເປັນການສານຕໍ່ບຸນມະໂຫລານສົ່ງເສີມການອ່ານ ໃຫ້ມີຂຶ້ນຢ່າງຕໍ່ເນື່ອງທຸກໆປີ. ຫຼ້າສຸດ, ເມື່ອວັນທີ 19-22 ຕຸລາ 2023 ຜ່ານມາ ໄດ້ງານດັ່ງກ່າວທີ່ແຂວງຈໍາປາສັກ ເພື່ອເປັນການສົ່ງເສີມໃຫ້ຄົນລາວ ເລັງເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ແລະ ເປັນການສົ່ງເສີມ ໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄວາມມັກຮັກໃນການອ່ານ.
-------------------------
ໃນງານນີ້
ຂໍເຊີນຊ່ວນທຸກທ່ານເຂົ້າຮ່ວມພາຍໃນງານໄດ້ແບບຟຣີໆໂດຍບໍ່ມີຄ່າໃຊ້ຈ່າຍໃດໆ, ທ່ານສາມາດຊວນໝູ່ ແລະ ຄອບຄົວເຂົ້າໄປເລາະໄດ້ ຕັ້ງແຕ່ມື້ນີ້ ຈົນຮອດວັນທີ 3 ທັນວາ 2023.

Frequently asked
questions

Once you know your audience, choose a topic that will resonate with them. Look for trending topics in your industry or address common questions or challenges your audience may be facing. Keep in mind that your topic should be both interesting and relevant to your audience

Book Fest

ຮູບ ຄຳໝັ້ນສັນຍາ
Board Member