📣 ຂໍເຊີນຊວນບັນດາທ່ານຈັບມືພໍ່ແມ່, ລູກຫຼານ, ໝູ່ຄູ່ ເຂົ້າຮ່ວມງານ
“ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ II ປະຈຳປີ 2019” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 19 – 27 ຕຸລາ 2019 💕
📍 ສະຖານທີ່ ສູນການຄ້າ ວຽງຈັນເຊັນເຕີ (VTC), ຖະໜົນຄູວຽງ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ " ຄູໃນດວງໃຈ " ເພື່ອຍົກບົດບາດຂອງຄູໃນປະເທດລາວ ພ້ອມທັງເປັນການຊຸກຍູ້, ສົ່ງເສີມ ແລະ ຊ່ວຍເຫຼືອບັນດາໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ຈໍານວນ 533 ໂຮງຮຽນທີ່ຍັງມີປຶ້ມອ່ານ ແລະ ອຸປະກອນການຮຽນ-ການສອນທີ່ບໍ່ພຽງພໍ 📖📚📝
📌ພິເສດ! ພາຍໃນງານທ່ານຈະໄດ້ພົບກັບ ການປະກວດ-ການແຂ່ງຂັນເພື່ອຊິງລາງວັນຈຳນວນຫຼາຍ ແລະ ກິດຈະກໍາຕ່າງໆໃຫ້ຜູ້ເຂົ້າຮ່ວມທຸກເພດທຸກໄວ ໄດ້ຮ່ວມມ່ວນຊື່ນຄຽງຄູ່ໄປກັບການຮຽນຮູ້, ການເຝິກທັກສະ-ຄວາມສາມາດ ແລະ ຍັງໄດ້ສຸຂະພາບທີ່ດີ ຈາກກິດຈະກໍາກິລາ.
📌ນອກຈາກນີ້, ຍັງເປັນບ່ອນແບ່ງປັນ ແລກປ່ຽນຮຽນຮູ້ຂອງບັນດາຜູ້ມີປະສົບການ ແລະ ຜູ້ທີ່ປະສົບຜົນສໍາເລັດຈາກຫຼາກຫຼາຍຂະແໜງການ ເພື່ອໃຫ້ທຸກຄົນໄດ້ຮຽນຮູ້ ແລະ ສາມາດເອົາໄປປັບປຸງ, ໝູນໃຊ້ ແລະ ພັດທະນາຕົນເອງໃນຊີວິດປະຈໍາວັນ ຕະຫຼອດທັງ 9 ວັນອີກດ້ວຍ!
📍ຢ່າລືມຢ່າພາດ📍ແລ້ວພົບກັນ ທີ່ ສູນການຄ້າວຽງຈັນເຊັນເຕີ ໄວໆນີ້📍